ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫນ່ວຍພັກກົມຄົ້ນຄວ້າສັງລວມຫ້ອງວ່າການກະຊວງສໍາເລັດກອງປະຊຸມໃຫຍ່ຄັ້ງທີVIII

ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ VIII ຂອງ​ໜ່ວຍ​ພັກ​ກົມ​ຄົ້ນ​ຄວ້າ​ສັງ​ລວມ​ຫ້ອງວ່າ​ການ​ ກ​ປ​ທ.

     ວັນ ທີ 28 ເມສາ 2023ນີ້, ຫນ່ວຍພັກກົມຄົ້ນຄວ້າສັງລວມຫ້ອງ ວ່າການ ກະຊວງ ປ້ອງ ກັນປະເທດ ໄດ້ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VIII, ໂດຍ ການເປັນປະທານ ຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍາມະການຄະ ນະປະຈໍາພັກກະຊວງ ເລຂາຄະນະພັກອົງການຫ້ອງວ່າການຫົວຫນ້າ ຫ້ອງວ່າການ ກະຊວງປ້ອງກັນປະເທດ ແລະ ສະ ຫາຍ ພົນຈັດຕະວາ ທະນູກອນ ສຸລິຍະແສງ ເລຂາຫນ່ວຍ ພັກ ຫົວຫນ້າກົມຄົ້ນຄວ້າສັງລວມ ພ້ອມດ້ວຍແຂກ ແລະ ພະ ນັກງານສະມາຊິກພັກສົມ ບູນ-ສໍາຮອງເຂົ້າຮ່ວມ.

      ສະຫາຍ ພົນຈັດຕະວາທະນູກອນ ສຸລິຍະແສງ ໄດ້ຂຶ້ນ ຜ່ານບົດລາຍງານສອງພາກໃນໄລຍະ 5 ປີຜ່ານມາ, ຄະ ນະພັກ - ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາ-ແນວ ຄິດເປັນກົກຄົ້ນຄວ້າຮໍ່າຮຽນ-ເຊື່ອມຊືມກໍາແຫນ້ນທຸກມະຕິຄໍາສັ່ງຕ່າງໆຂອງພັກ-ຂອງລັດ ກົດລະບຽບຂອງກອງທັບ ເຮັດໃຫ້ສະ ມາຊິກພັກທຸກສະຫາຍເຂົ້າໃຈແຈ້ງ, ສາມາດຈໍາແນກໄດ້ມິດແລະ ສັດຕູຢາງຈະແຈ້ງ, ເຮັດສໍາເລັດຫນ້າທີ່ການເມືອງວິຊາສະເພາະຂອງຕົນ, ສາມາດເປັນ ເສນາ ທິການໃຫ້ແກ່ຫ້ອງວ່າ ການກະຊວງປ້ອງກັນປະເທດໄດ້ເປັນຢ່າງດີ. ປັດຈຸບັນຫນວ່ຍພັກກົມຄົ້ນຄວ້າສັງລວມ ມີສະ ມາຊິກພັກທັງຫມົດ 45 ສະຫາຍ, ຍີງ 14 ສະຫາຍ, ສົມບູນ 43 ສະຫາຍ, ສໍາຮອງ 2 ສະຫາຍ. ໃນນັ້ນ, ສັງເກດຕີລາຄາພະນັກ ງານສະມາຊິກພັກແຂງກວມ 88,20%, ກາງ 11,80%, ສາ ມາດຮັກ ສາກົມກອງປອດໃສເຂັ້ມແຂງ ຫນັກແຫນ້ນ ໄດ້ 10 ສະ ໄຫມ. ດ້ານວິຊາສະເພາະໄດ້ຈໍລະ ຈອນຈັດສົ່ງເອກະສານຂາເຂົ້າ-ຂາອອກມີຄວາມຮັບປະກັນ ວ່ອງ
ໄວ, ຮັກສາຄວາມລັບ, ບໍ່ຕົກເຮ່ຍເສຍຫາຍ, ມີເອກະສານຂາເຂົ້າກະຊວງ 33.350 ສະບັບ, ຂາອອກ 9.425 ສະບັບ, ສັບຊ້ອນເອກະ ສານແຕ່ປີ2018-2022 ຈໍານວນ 63.266 ສະບັບ, ປ້ອນຂໍ້ມູນໃສ່ໂປຣແກຣມ ປີ 2018-2022 ໄດ້ 52.489 ສະບັບ ແລະ ໄດ້ເປີດຊຸດ ອົບຮົມໄລຍະສັ້ນວຽກງານສໍາເນົາເອກະສານ ແລະ ຂາເຂົ້າ-ຂາ ອອກ ໃຫ້ບັນດາກົມກອງຫ້ອງ ການອອ້ມຂ້າງກະຊວງນໍາອີກ. ສໍາລັບວຽກງານກໍ່ສາງພະ ນັກງານ 3 ຮຸ່ນແມ່ນໄດ້ຈັດສົ່ງພະນັກງານໄປຮຽນ ທັງພາຍໃນ ແລະ ຕ່າງປະເທດ, ສົ່ງພະນັກ ງານໄປຍົກລະດັບທາງດ້ານທິດ ສະດີ, ການທະຫານທັງໄລຍະສັ້ນ, ກາງ ແລະ ຍາວ ຢູ່ພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ ສສ ຫວຽດ ນາມ, ສະຖາບັນການເມືອງປົກ ຄອງຢູ່ ສປ ຈີນ,ມະຫາວິທະ ຍາໄລ ແຫ່ງຊາດ ແລະ ວິທະຍາຄານແຫ່ງ ຕ່າງໆຈໍານວນຫນຶ່ງ. ກອງປະຊຸມ ໄດ້ປ່ອນບັດເອົາຄະນະຫນ່ວຍພັກ ຊຸດໃຫມ່ໄດ້ ສະຫາຍ ພົນຈັດຕະວາ ທະນູກອນ ສຸລິຍະແສງ ເປັນ ເລຂາ ຄະນະພັກຊຸດໃຫມ່, ສະຫາຍ ພັນເອກ ຂາວມະນີສີພອນ ເປັນ ຮອງເລຂາຄະນະພັກ ແລະ ສະຫາຍ ພັນໂທ ຄິດສະຫງວນ ທິບພະວົງ ເປັນປະທານກວດກາພັກ.ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ໂອ້ລົມ ຊີ້ທິດເຍືອງທາງ ແລະ ຮຽກຮ້ອງໃຫ້ຄະນະຫນ່ວຍພັກຊຸດໃຫມ່, ພະນັກງານ-ສະມາຊິພັກທຸກສະຫາຍ ຈົ່ງເອົາໃຈໃສ່ຖືເປັນສໍາຄັນຕໍ່ວຽກງານສືກສາອົບຮົມການ ເມືອງ-ນໍາພາແນວຄິດໃຫ້ເປັນກົກ,ເຊື່ອມ ຊຶມ, ກໍາແຫນ້ນແນວທາງນະໂຍ ບາຍຂອງພັກ, ປະຕິບັດມະຕິ, ຄໍາ ສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ຫັນເອົາມະຕິກອງ ປະຊຸມໃຫຍ່ໃນຄັ້ງນີ້ ຕິດແທດກັບແຜນງານໂຄງການອັນລະອຽດຂອງຫ້ອງ ການ, ເຊີດຊູນ້ຳໃຈຄວາມຮັບຜິດ ຊອບຂອງຄະນະຫນ່ວຍພັກ ດ້ວຍຈິດໃຈບຸກທະລຸ ເຂົ້າໃສ່ວຽກງານ ທີ່ຕົນຮັບຜິດຊອບໃຫ້ມີການຫັນ ປ່ຽນຢ່າງຈະແຈ້ງ, ເດັດດ່ຽວແກ້ໄຂແນວຄິດຄອງເດີມ, ຂີ້ຄ້ານມັກ ງ່າຍ, ເອື່ອຍອີງ, ຂາດຄວາມປັນ ເຈົ້າຕົນ ເອງ, ເພີ່ມທະວີຄວາມເປັນເອກະພາບພາຍໃນພັກ, ປະຕິບັດຫຼັກການລວມສູນປະຊາ ທິປະໄຕ, ເຮັດວຽກງານເປັນຫມູ່ຄະນະ, ແບ່ງວຽກງານໃຫ້ບຸກຮັບຜິດ ຊອບຈະແຈ້ງ, ຕິດຕາມກວດກາຊຸກຍູ້ ແລະ ສະຫຼຸບຖອດຖອນບົດຮຽນ ເພື່ອສົ່ງເສີມດ້ານຕັ້ງຫນ້າ, ແກ້ໄຂສິ່ງຫຍໍ້ທໍ້ໃຫ້ທັນການ, ເອົາໃຈໃສ່ປະຕິບັດລະບອບດໍາເນີນຊີວິດກາເມືອງພາຍໃນພັກໃຫ້ເປັນປົກກະຕິ, ເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງກົມກອງໃນການສ້າງເສດຖະກິດແກ້ໄຂຊິວິດການເປັນຢູ່ຕາມທິດນໍາ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ດີຂຶ້ນເທື່ອລະກ້າວ.

ແຫຼ່ງທີ່ມາ:ບົວ​ລາ
ວັນທີ 02/05/2023